1 line
1.6 KiB
Plaintext
1 line
1.6 KiB
Plaintext
\v 22 ເພາະສະນັ້ນ, ຈົ່ງກ່າວປະຊາຊົນອິສຣາເອນວ່າ, ພຣະຢາເວອົງພຣະຜູ້ເປັນເຈົ້າຊົງກ່າວດັ່ງນີ້ວ່າ: ປະຊາຊົນອິດສະຣາເອນເອີຍ, ເຮົາກຳລັງຈະເຮັດນີ້ ບໍ່ແມ່ນເຫັນແກ່ພວກເຈົ້າ ຕ່ເພາະເຫັນແກ່ນາມອັນບໍຣິສຸດຂອງເຮົາ ຊຶ່ງພວກເຈົ້າໄດ້ເຮັດໃຫ້ເສື່ອມເສຍກຽດທ່າມກາງປະຊາຊາດທຸກແຫ່ງ ຊຶ່ງພວກເຈົ້າເຂົ້າໄປຢູ່ນັ້ນ. \v 23 ເພາະເຮົາສະແດງຄວາມສັກສິດຂອງນາມຍິ່ງໃຫ່ຍຂອງເຮົາ ຊຶ່ງຖືກຫມິ່ນປະຫມາດໃນທ່າມກາງພວກເຂົາແລ້ວ ຄືນາມທີ່ພວກເຈົ້າເຮັດໃຫ້ເສື່ອມເສຍກຽດທ່າມກາງປະຊາຊາດ-ແລ້ວປະຊາຊາດທັງຫລາຍຈະຮູ້ວ່າ ເຮົາແມ່ນພຣະຢາເວ-ນີ້ເປັນຄຳະກາດຂອງພຣະຢາເວອົງພຮະຜູ້ເປັນເຈົ້າ-ເມື່ອພວກເຈົ້າໄດ້ເຫັນວ່າ ເຮົາສັກສິດ. |