1 line
1.5 KiB
Plaintext
1 line
1.5 KiB
Plaintext
\v 3 ແລ້ວຜູ້ນັ້ນໄດ້ຍື່ນສ່ວນທີ່ຄ້າຍມືນັ້ນອອກມາ ແລະໄດ້ຈັບຜົມຂອງຂ້າພະເຈົ້າກຳຫນຶ່ງ; ແລະພຣະວິນຍານໄດ້ຊົງຍົກຂ້າພະເຈົ້າຂຶ້ນລະຫວ່າງໂລກ ແລະສະຫວັນ, ແລະໃນນິມິດຂອງພຣະເຈົ້ານັ້ນ, ພຣະອົງໄດ້ຊົງພາຂ້າພະເຈົ້າມາເຖິງນະຄອນເຢຣູຊາເລັມ ມາຍັງທາງເຂົ້າປະຕູທາງທິດເຫນືອຂອງເດີ່ນຊັ້ນໃນ ຊຶ່ງເປັນທີ່ຕັ້ງຂອງຮູບເຄົາລົບ ຊື່ງຍວະຍວນ ອັນເຮັດໃຫ້ບັງເກີດຄວາມອິດສາຍິ່ງໃຫ່ຍ. \v 4 ແລ້ວ ເບິ່ງແມ, ພຣະສະຫງ່າລາສີຂອງພຣະເຈົ້າແຫ່ງອິດສະຣາເອນກໍຢູ່ບ່ອນນັ້ນ, ເຫມືອນນິມິດທີ່ຂ້າພະເຈົ້າໄດ້ເຫັນໃນທົ່ງພຽງນັ້ນ |