1 line
1.7 KiB
Plaintext
1 line
1.7 KiB
Plaintext
\v 9 ແລ້ວພຣະອົງກ່າວກັບຂ້າພະເຈົ້າວ່າ, “ຄວາມຊົ່ວຮ້າຍຂອງເຊື້ອສາຍອິສຣາເອນ ແລະຢູດາ ໃຫຍ່ຫລາຍ. ແຜ່ນດິນກໍເຕັມໄປດ້ວຍເລືອດ ແລະຄວາມອະຍຸດຕິທຳກໍເຕັມເມືອງ, ເພາະພວກເຂົາກ່າວວ່າ, ‘ພຣະຢາເວໄດ້ປະຖິ້ມແຜ່ນດິນນີ້ແລ້ວ; ແລະ ’ພຣະຢາເວບໍ່ທອດພຣະເນດເບິ່ງອີກ’. \v 10 ດັ່ງນັ້ນແລ້ວ ດວງຕາຂອງເຮົາບໍ່ປານີ, ແລະເຮົາຈະບໍ່ສົງສານ, ແຕ່ເຮົາຈະໃຫ້ສິ່ງທີ່ພວກເຂົາເຮັດໄວ໊ນັ້ນ ຢ້ອນກັຍມາຕົກແກ່ຫົວຂອງເຂົາແທນ”. \v 11 ແລະເບິ່ງແມ! ຊາຍຄົນທີ່ນຸ່ງຫົ່ມຜ້າປ່ານຖືກ່ອງນ້ຳມຶກເຄື່ອງຂຽນນັ້ນຢູ່ຂ້າງກາຍຂອງເຂົານັ້ນ ກໍກັບມາຫາເຂົາ, ເຂົາໄດ້ລາຍງານ ແລະກາບທູນວ່າ “ຂ້າພະອົງໄດ້ເຮັດຕາມທີ່ພຣະອົງໄດ້ບັນຊາທັງສີ້ນແລ້ວ.” |