1 line
1.4 KiB
Plaintext
1 line
1.4 KiB
Plaintext
\v 18 ທາງດ້ານຕາເວັນອອກ ລະຫວ່າງເມືອງຮາອູຣານ ແລະດາມາເຊ ແລະລະຫວ່າງກິເລອາດກັບແຜ່ນດິນອິດສະຣາເອນ ກໍຈະເປັນແມ່ນ້ຳຢໍແດນ. ເຈົ້າຕ້ອງວັດແທກຈາກເຂດນີ້ເຖິງທາງຕາເວັນອອກ ທັງຫມົດນີ້ຈະເປັນເຂດດ້ານຕາເວັນອອກ. \v 19 ແລ້ວທາງດ້ານໃຕ້, ທາງທິດໃຕ້ຂອງຕາມາ ຈົນຮອດນ້ຳເມຣີບາ-ກາເດັດ ເລື້ອຍໄປຕາມແມ່ນ້ຳອິຢິບເຖິງທະເລໃຫຍ່ ແລະດ້ານໃຕ້ນີ້ເປັນເຂດທາງທິດໃຕ້. \v 20 ເຂດແດນທາງດ້ານຕາເວັນຕົກຈະເປັນ ທະເລໃຫຍ່ເລື້ອຍໄປຈົນຮອດບ່ອນທີ່ຢູ່ກົງກັນຂ້າມເມືອງຮຳມາດ. ອັນນີ້ເປັນເຂດແດນທາງຕາເວັນຕົກ. |