1 line
1.4 KiB
Plaintext
1 line
1.4 KiB
Plaintext
\v 15 ນີ້ເປັນເຂດແດນຂອງແຜ່ນດິນນີ້ ທາງທິດເຫນືອຈາກທະເລໃຫຍ່ໄປຕາມທາງເມືອງເຮດໂລນ ແລະຕໍ່ໄປຮອດເມືອງເຊດາດ. \v 16 ແລ້ວເຂດແດນຈະໄປຍັງເມືອງເບໂຣທາເຖິງເມືອງສິບຣາຢິມ ຊຶ່ງຢູ່ລະຫວ່າງເຂດແດນເມືອງດາມາເຊກັບເຂດແດນເມືອງຮຳມາດ ຈົນຮອດເມືອງຮຳມາດ ຮາເຊີ-ຮັດຕິໂກນຊຶ່ງຢູ່ທີ່ເຂດແດນເມືອງຮາອູຣານ. \v 17 ດັ່ງນັ້ນ ເຂດແດນຈະຍາວຈາກທະເລເຖິງເມືອງຮາຊາ-ເອໂນນ ຊຶ່ງຢູ່ທີ່ເຂດແດນທາງເຫນືອຂອງເມືອງດາມາເຊ ແລະເມືອງຮຳມາດທາງທິດເຫນືອ. ອັນນີ້ເປັນແດນທາງເຫນືອ. |