1 line
1.7 KiB
Plaintext
1 line
1.7 KiB
Plaintext
\v 11 ກ່າວວ່າ, ‘ຂ້ານ້ອຍເປັນຫມາຍສຳຄັນສຳລັບພວກທ່ານ. ຂ້ານ້ອຍໄດ້ເຮັດແລ້ວ, ດັ່ງນັ້ນ ສິ່ງນີ້ກໍຈະເກີດຂຶ້ນກັບພວກເຂົາ; ພວກເຂົາຈະຖືກກວາດລ້າງ ແລະ ໄປເປັນຊະເລີຍ. \v 12 ເຈົ້າຊາຍຜູ້ທີ່ຢູ່ທ່າມກາງພວກເຂົາ ຈະແບກເຄື່ອງຂຶ້ນໃສ່ບ່າໃນເວລາມືດ, ແລະ ອອກໄປທາງກຳແພງ. ພວກເຂົາຈະເຈາະຮູຜ່ານກຳແພງ ແລະ ແບກເຄື່ອງຂອງພວກເຂົາອອກໄປ. ພວກເຂົາຈະປົກຫນ້າຂອງຕົນ, ເພື່ອວ່າເຂົາຈະບໍ່ເຫັນແຜ່ນດິນດ້ວຍສາຍຕາຂອງພວກເຂົາ. \v 13 ເຮົາຈະກາງຕາຫນ່າງຂອງເຮົາອອກເທິງລາວ ແລະ ລາວຈະຕິດກັບຕາຫນ່າງຂອງເຮົາ; ແລ້ວເຮົາຈະນຳລາວເຂົ້າໄປໃນບາບີໂລນ, ແຜ່ນດິນຂອງຄາເດີຍ, ແຕ່ລາວຈະບໍ່ເຫັນແຜ່ນດິນນັ້ນ. ແລະ ລາວຈະຕາຍຢູ່ບ່ອນນັ້ນ. |