lo_ezk_text_ulb_l3/04/06.txt

1 line
1.5 KiB
Plaintext

\v 6 ເມື່ອ​ເຈົ້າ​ເຮັດແບບ​ນີ້ຈົນ​ຄົບ​ມື້​ແລ້ວ, ແລ້ວເຈົ້າ​ຈະ​ຕ້ອງ​ນອນ​ລົງ​ເປັນ​ເທື່ອ​ທີ​ສອງ ແຕ່​ນອນ​ສະ­ແຄງ​ເບື້ອງ​ຂວາ, ເພື່ອ​ເຈົ້າ​ຈະ​ແບກ​ຄວາມຜິດບາຍຂອງ​ເຊື້ອ­ສາຍຂອງ​ຢູ­ດາ ສີ່ສິບມື້. ເຮົາ​ໄດ້ກຳ­ນົດ​ໃຫ້​ເຈົ້າຫນຶ່ງມື້​ແທນຫນຶ່ງ​ປີ. \v 7 ​ຈົ່ງຫັນ­ຫນ້າຂອງເຈົ້າໄປຍັງນະຄອນ​ເຢ­ຣູ­ຊາ­ເລັມ​ທີ່ຖືກລອ້ອມໄວ້, ແລະ ​ດ້ວຍ​ອ້າແຂນອອກຂອງເຈົ້າ ເຈົ້າຈົ່ງທຳ​ນວາຍ​ຕໍ່­ສູ້ນະຄອນ​ນັ້ນ. \v 8 ແລະ​ເບິ່ງ​ແມ໋! ເຮົາ​ຈະ​ເອົາ​ເຄື່ອງຜູກ​ມັດ​ເຈົ້າ​ໄວ້ ເພື່ອເຈົ້າ​ຈະ​ບໍ່ພິກ​ຈາກ​ຂ້າງ​ນີ້​ໄປຫາ​ຂ້າງ​ນັ້ນ​ ຈົນ​ກວ່າ​ເຈົ້າ​ຈະເຮັດ​ຄົບ​ຕາມ​ກຳ­ນົດ​ມື້​ຂອງ​ເຈົ້າໃນການ​ອ້ອມຂອງເຈົ້າ​.