1 line
1.7 KiB
Plaintext
1 line
1.7 KiB
Plaintext
\v 10 ພຣະຢາເວອົງພຣະຜູ້ເປັນເຈົ້າຊົງກ່າວດັ່ງນີ້ວ່າ: ສິ່ງນີ້ຈະເກີດຂື້ນໃນວັນນັ້ນ ວ່າເປັນແຜນການຈະເກີດຂື້ນໃນໃຈຂອງເຈົ້າ, ແລະເຈົ້າຈະຄິດແຜນການຊົ່ວ. \v 11 ແລະເຈົ້າຈະກ່າວວ່າ , ‘ເຮົາຈະຍົກກອງທັບໄປຍັງແຜ່ນດິນເປີດໂລ່ງ, ເຮົາຈະໄປຍັງພວກທີ່ອາໃສຢູ່ຢ່າງສະຫງົບສຸກ ແລະປອດໄພ. ພວກເຂົາອາໃສຢູ່ໂດຍບໍ່ມີກຳແພງ, ບໍ່ມີສິ່ງກີດຂວາງ, ທີ່ຊຶ່ງບໍ່ມີປະຕູເມືອງ’. \v 12 ເຮົາຈະປຸ້ນ ແລະຍາດຊີງເອົາເຄື່ອງຂອງ ເພື່ອຈະຢືນມືຂອງເຮົາຕໍ່ສູ້ດິນແດນທີ່ເຄີຍເປັນຊາກຫັກພັງ, ຊຶ່ງຂະນະນີ້ມີຄົນອາໄສຢູ່ແລະຕໍ່ສູ້ກັບປະຊາຊົນຊຶ່ງຮວບຮວມຈາກບັນດາປະຊາຊາດ, ຜູ້ຊຶ່ງໄດ້ຝູງສັດ ແລະໍຊັບສົມບັດ, ແລະທັງເປັນຜູ້ອາໄສຢູ່ສູນກາງຂອງແຜ່ນດິນໂລກ.' |