1 line
1.7 KiB
Plaintext
1 line
1.7 KiB
Plaintext
\v 12 ພວກເຂົາຈະປຸ້ນເອົາຊັບສົມບັດຂອງເຈົ້າ ແລະ ເຂົາຈະເອົາສິນຄ້າຕ່າງໆຂອງເຈົ້າໄປ. ພວກເຂົາຈະພັງກຳແພງທັງຫລາຍຂອງເຈົ້າລົງ ແລະ ຈະທຳລາຍເຮືອນອັນຫລູຫລາຕ່າງໆຂອງເຈົ້າເສຍ. ບັນດາຫີນ, ບັນດາໄມ້ ແລະ ຊາກຫັກພັງດິນຂອງເຈົ້ານັ້ນ ພວກເຂົາຈະໂຍນຖິ້ມລົງນ້ຳທັງຫລາຍ. \v 13 ເຮົາຈະຢຸດສຽງເພງຕ່າງໆຂອງເຈົ້າເສຍ. ສຽງພິນຄູ່ທັງຫລາຍຂອງເຈົ້າກໍຈະບໍ່ເປັນທີ່ໄດ້ຍິນອີກຕໍ່ໄປ. \v 14 ເຮົາຈະເຮັດໃຫ້ເຈົ້າເປັນຫີນຫົວໂລ້ນ, ເຈົ້າຈະກາຍເປັນສະຖານທີ່ສຳລັບຕາກແຫມອງ. ເຈົ້າຈະບໍ່ຖືກສ້າງຂຶ້ນໃຫມ່ອີກເລີຍ, ເພາະເຮົາເອງ, ຄືພຣະຢາເວ ອົງພຣະຜູ້ເປັນເຈົ້າໄດ້ລັ່ນຄຳເວົ້າແລ້ວ — ນີ້ເປັນຄຳປະກາດຂອງພຣະຢາເວ ອົງພຣະຜູ້ເປັນເຈົ້າ. |