1 line
1.4 KiB
Plaintext
1 line
1.4 KiB
Plaintext
\c 8 \v 1 ດັ່ງນັ້ນ ສິ່ງນີ້ໄດ້ເກີດຂື້ນໃນວັນທີຫ້າ ເດືອນທີຫົກ ໃນປີທີຫົກ, ຂະນະທີ່ຂ້າພະເຈົ້ານັ່ງຢູ່ໃນເຮືອນຂອງຂ້າພະເຈົ້າ ແລະພວກອາວຸໂສຂອງພວກຢູດານັ່ງຢູ່ຕໍ່ຫນ້າຂ້າພະເຈົ້າ, ພຣະຫັດຂອງພຣະຢາເວ ພຣະຜູ້ເປັນເຈົ້າລົງມາເທິງຂ້າພະເຈົ້າໃນບ່ອນນັ້ນ. \v 2 ດັ່ງນັ້ນ, ຂ້າພະເຈົ້າກໍແນມເບິ່ງ ແລະເບິ່ງແມ, ມີຮ່າງຫນຶ່ງຄ້າຍຄືຮ່າງຂອງມະນຸດ. ຈາກສ່ວນທີ່ເບິ່ງຄ້າຍຄືແອວເບື້ອງລຸ່ມຂອງຜູ້ນັ້ນລົງມາເປັນໄຟ, ແລະສ່ວນເບື້ອງເທິງແອວຂຶ້ນໄປເປັນແສງແຈ້ງເຫລື້ອມ, ຄ້າຍຄືກັບໂລຫະທີ່ເຫລື້ອມໃສ. |