1 line
1.2 KiB
Plaintext
1 line
1.2 KiB
Plaintext
\c 17 \v 1 ພຣະຄຳຂອງພຣະຢາເວຜູ້ເປັນເຈົ້າມາເຖິງຂ້າພະເຈົ້າວ່າ, \v 2 “ບຸດແຫ່ງມະນຸດເອີຍ, ຈົ່ງຍົກປິດສະຫນາ ແລະກ່າວເປັນຄຳອຸປະມາແກ່ເຊື້ອສາຍອິສຣາເອນ. \v 3 ໃຫ້ກ່າວວ່າ, ພຣະຢາເວພຣະຜູ້ເປັນເຈົ້າຊົງກ່າວດັ່ງນີ້ວ່າ: ມີນົກອິນຊີໃຫຍ່ໂຕຫນຶ່ງ ມີປີກໃຫຍ່ ແລະຂົນປີກກໍຍາວ, ທັງມີຂົນຫລາຍ ແລະຫລາຍສີ ໄດ້ ມາຍັງເລບານອນ ແລະຈິກຍອດຕົ້ນແປກ. \v 4 ມັນໄດ້ເດັດຍອດກິ່ງອອ່ນ ແລະກໍໄດ້ຄາບໄປຍັງແຜ່ນດິນແຫ່ງຄານາອັນ; ແລະມັນໄດ້ປູກໃນເມືອງຂອງພໍ່ຄ້າທັງຫລາຍ. |