lo_ezk_text_ulb_l3/40/11.txt

1 line
1.2 KiB
Plaintext

\v 11 ແລ້ວ​ຊາຍຄົນນັ້ນ ກໍໄດ້​ວັດ­ແທກ​ຄວາມ​ກວ້າງ​ຊ່ອງ​​ທາງ​ເຂົ້າ​​ປະ­ຕູ​ໄດ້​ສິບ​ສອກ ແລະເຂົາກໍໄດ້ວັດແທກ​ຄວາມ​ຍາວ​ຂອງ​​ປະ­ຕູທາງເຂົ້າໄດ້​ສິບ​ສາມ​ສອກ. \v 12 ເຂົາໄດ້ວັດແທກກຳແພງ ຊຶ່ງເປັນເຂດກັ້ນດ້ານຫນ້າຂອງຫ້ອງຕ່າງໆ ໄດ້ສູງຫນຶ່ງສອກ. ຫ້ອງທັງຫລາຍວັດແທກໄດ້ແຕ່ລະດ້ານຍາວຫົກສອກ. \v 13 ແລ້ວ​ເຂົາ​ກໍໄດ້​ວັດ­ແທກ​ທາງເຂົ້າ​ປະ­ຕູ​ຈາກ​ຫລັງ­ຄາ​ຂອງກຳແພງຂອງ​ຍາມ​ຫ້ອງ​ຫນຶ່ງ​ຖັດໄປອີກຫ້ອງຫນຶ່ງໄດ້​​-ຊາວ​ຫ້າ​ສອກ, ຈາກ​ປະຕູທຳອິດຂອງຫ້ອງ ເຖິງຫ້ອງທີ່ຫນຶ່ງເຖິງຫ້ອງທີສອງ.