1 line
1.3 KiB
Plaintext
1 line
1.3 KiB
Plaintext
\v 25 ພວກເຂົາ ຈະບໍ່ໄປຍັງຄົນຕາຍ ເພື່ອເຮັດຕົວໃຫ້ເປັນມົນທິນ,ເວັ້ນເສຍແຕ່ພໍ່ ຫລືແມ່, ຫລືລູກຊາຍ ຫລືລູກສາວ, ຫລືພີ່ນ້ອງຜູ້ຊາຍ ຫລືພີ່ນ້ອງຜູ້ຍິງທີ່ບໍ່ມີຜົວ, ສະນັ້ນແລ້ວ ເຂົາຈະສາມາດເປັນມົນທິນໄດ້. \v 26 ຫລັງຈາກທີ່ປະໂລຫິດ ໄດ້ກາຍເປັນມົນທິນ ກໍໃຫ້ພວກເຂົາຄອຍໄປອີກເຈັດມື້. \v 27 ໃນວັນທີຈະເຂົ້າໄປສູ່ເດີ່ນຊັ້ນໃນຂອງສະຖານທີ່ສັກສິດ ເພື່ອປະຕິບັດຫນ້າທີ່ໃນສະຖານທີ່ສັກສິດ, ເຂົາຈະຕ້ອງຖວາຍເຄື່ອງບູຊາໄຖ່ບາບເພື່ອຕົວເອງ- ນີ້ເປັນຄຳປະກາດຂອງພຣະຢາເວອົງພຣະຜູ້ເປັນເຈົ້າ. |