1 line
1.2 KiB
Plaintext
1 line
1.2 KiB
Plaintext
\v 23 ບັນດາປະຊາຊາດທັງຫລາຍຈະຮູ້ວ່າ ເຊື້ອສາຍອິດສະຣາເອນໄດ້ຖືກກວາດໄປເປັນຊະເລີຍ ເພາະຄວາມຜິດບາບຂອງພວກເຂົາ ໂດຍພວກເຂົາໄດ້ທໍລະຍົດຕໍ່ເຮົາ. ດັ່ງນັ້ນ ເຮົາຈຶ່ງເຊື່ອງຫນ້າຂອງເຮົາຈາກພວກເຂົາ ແລະມອບພວກເຂົາໄວ້ໃນມືສັດຕູຂອງພວກເຂົາ. ພວກເຂົາຈຶ່ງລົ້ມລົງດ້ວຍດາບ. \v 24 ເຮົາໄດ້ເຮັດກັບພວກເຂົາຕາມຄວາມເປິເປື້ອນຂອງພວກເຂົາ ແລະຄວາມຜິດບາບຂອງພວກເຂົາ, ເມື່ອເຮົາເຊື່ອງຫນ້າຂອງເຮົາຈາກພວກເຂົາ. |