1 line
1.3 KiB
Plaintext
1 line
1.3 KiB
Plaintext
\v 4 ເຈົ້າຈະລົ້ມລົງເທິງພູເຂົາທັງຫລາຍແຫ່ງອິດສະຣາເອນ- ທັງເຈົ້າ ແລະກອງທັບທັງຫມົດຂອງເຈົ້າ ແລະພວກທະຫານທັງຫລາຍທີ່ຢູ່ກັບເຈົ້າ. ເຮົາຈະມອບເຈົ້າໃຫ້ເປັນອາຫານແກ່ນົກທຸກຊະນິດ ແລະແກ່ສັດປ່າແຫ່ງທ້ອງທົ່ງ. \v 5 ເຈົ້າຈະລົ້ມລົງເທິງພື້ນດິນໂລ່ງ ເພາະເຮົາໄດ້ລັ່ນຄຳເວົ້າແລ້ວ-ນີ້ເປັນຄຳະກາດຂອງພຣະຢາເວອົງພຮະຜູ້ເປັນເຈົ້າ. \v 6 ແລ້ວເຮົາຈະສົ່ງແປວໄຟມາເໜືອມາໂຄກ ແລະເຫນືອພວກທີ່ອາໃສຢູ່ຢ່າງປອດໄພຕາມຊາຍທະເລ ແລະພວກເຂົາທັງຫລາຍຈະຮູ້ວ່າ ເຮົາແມ່ນພຣະຢາເວ. |