1 line
1.6 KiB
Plaintext
1 line
1.6 KiB
Plaintext
\v 33 ນີ້ເປັນຄຳປະກາດຂອງພຣະຢາເວອົງພຣະຜູ້ເປັນເຈົ້າ- ເຮົາມີຊີວິດຢູ່ຢ່າງແນ່ນອນສັນໃດ ເຮົາຈະປົກຄອງເຫນືອເຈົ້າຢ່າງແນ່ນອນດ້ວຍມືທີ່ມີລິດ, ດ້ວຍແຂນທີ່ຢຽດອອກ, ແລະດ້ວຍຄວາມໂກດທີ່ຖອກລົງມາເຫນືຶອພວກເຈົ້າສັນນັ້ນ. \v 34 ເຮົາຈະນຳເຈົ້າອອກມາຈາກຊົນຊາດທັງຫລາຍ ແລະຈະຮວບຮວມເຈົ້າອອກມາຈາກປະເທດທັງປວງ ຊຶ່ງທີ່ເຈົ້າຖືກກະຈັດກະຈາຍກັນໄປຢູ່ນັ້ນ. ເຮົາຈະເຮັດສິ່ງນີ້ດ້ວຍມືທີ່ມີລິດ ແລະຄວາມໂກດທີ່ຖອກລົງມາ. \v 35 ແລ້ວເຮົາຈະນຳພວກເຈົ້າເຂົ້າໄປໃນຖິ່ນແຫ້ງແລ້ງກັນດານແຫ່ງຊົນຊາດທັງຫລາຍ ແລະບ່ອນນັ້ນເຮົາຈະພິພາກສາເຈົ້າແບບຫນ້າ. |