1 line
2.1 KiB
Plaintext
1 line
2.1 KiB
Plaintext
\v 27 ເພາະສະນັ້ນ ບຸດແຫ່ງມະນຸດເອີຍ, ຈົ່ງເວົ້າກັບເຊື້ອສາຍອິດສະຣາເອນ ແລະກ່າວແກ່ພວກເຂົາວ່າ, 'ພຣະຢາເວອົງພຣະຜູ້ເປັນເຈົ້າຊົງກ່າວດັ່ງນີ້ວ່າ: ບັນພະບູລຸດຂອງເຈົ້າກໍໄດ້ຫມິ່ນປະຫມາດເຮົາອີກໃນເລື່ອງນີ້ດ້ວຍເມື່ອພວກເຂົາບໍ່ສັດຊື່ຕໍ່ເຮົາ. \v 28 ເພາະວ່າເມື່ອພວກເຂົາເຂົ້າມາໃນແຜ່ນດິນທີ່ເຮົາປະຕິຍານວ່າຈະໃຫ້ພວກເຂົານັ້ນແລ້ວ, ແລະເມື່ອໃດທີ່ພວກເຂົາໄດ້ເຫັນໂນນພູສູງ ຫລືເຫັນຕົ້ນໄມ້ໃບດົກ, ພວກເຂົາກໍຖວາຍເຄື່ອງບູຊາຂອງພວກເຂົາໄດ້ຍວະຍວນເຮົາດ້ວຍການຖວາຍບູຊາຂອງເຂົາ ແລະທີ່ນັ້ນ ພວກເຂົາກໍເຜົາບູຊາເຄື່ອງຫອມ ແລະເຂົາໄດ້ຖືກເເຄື່ອງດື່ມບູຊາອອກບ່ອນນັ້ນ. \v 29 ແລ້ວເຮົາໄດ້ຖາມພວກເຂົາວ່າ "ສະຖານທີ່ນະມັດສະການສູງ ຊຶ່ງເຈົ້າເຂົ້າໄປນັ້ນຄືຫຍັງ?" ແລະພວກເຂົາຈຶ່ງເອີ້ນຊື່ບ່ອນນັ້ນວ່າ ບາມາ ມາຈົນເຖິງມື້ວັນນີ້.' |