1 line
1.8 KiB
Plaintext
1 line
1.8 KiB
Plaintext
\v 15 ດັ່ງນັ້ນ ເຮົາເອງກໍໄດ້ຍົກມືຂອງເຮົາປະຕິຍານຕໍ່ພວກເຂົາໃນຖິ່ນແຫ້ງແລ້ງກັນດານດ້ວຍວ່າ ເຮົາຈະບໍ່ນຳພວກເຂົາມາໃນແຜ່ນດິນຊຶ່ງເຮົາໄດ້ໃຫ້ແກ່ພວກເຂົາ ເປັນແຜ່ນດິນທີ່ມີນ້ຳນົມ ແລະນ້ຳເຜິ້ງໄຫລບໍລິບູນ, ມັນເປັນເຄື່ອງປະດັບທີ່ສວຍທີ່ສຸດໃນບັນດາແຜ່ນດິນທັງຫລາຍ. \v 16 ເຮົາໄດ້ປະຕິຍານເພາະພວກເຂົາໄດ້ປະຕິເສດບໍ່ຮັບຂໍ້ຕັດສິນຂອງເຮົາ ແລະບໍ່ດຳເນີນຕາມພຣະທຳຂອງເຮົາ ແລະພວກເຂົາໄດ້ລົບລູ່ບັນດາສະບາໂຕຂອງເຮົາ ເພາະວ່າຈິດໃຈຂອງພວກເຂົາໄປຕິດຕາມຮູບເຄົາລົບຂອງຕົນ. \v 17 ເຖິງປານນັ້ນກໍດີ ໃນຕາຂອງເຮົາກໍຍັງປານີພວກເຂົາ ຈາກການທຳລາຍຂອງພວກເຂົາ ແລະເຮົາບໍ່ໄດ້ທຳລາຍພວກເຂົາສູນສີ້ນໄປໃນຖິ່ນແຫ້ງແລ້ງກັນດານນັ້ນ. |