1 line
2.3 KiB
Plaintext
1 line
2.3 KiB
Plaintext
\v 4 ເຈົ້າຈະພິພາກສາພວກເຂົາບໍ? ບຸດແຫ່ງມະນຸດເອີຍ, ເຈົ້າຈະພິພາກສາບໍ? ຈົ່ງໃຫ້ເພວກຂົາຮູ້ເຖິງຄວາມຫນ້າກຽດຊັງຂອງບັນພະບູລຸດຂອງພວກເຂົາ. \v 5 ແລະຈົ່ງກ່າວແກ່ພວກເຂົາວ່າ, ພຣະຢາເວອົງພຣະຜູ້ເປັນເຈົ້າຊົງກ່າວດັ່ງນີ້ວ່າ: ໃນວັນນັ້ນເມື່ອເຮົາເລືອກສັນອິສຣາເອນໄວ້, ເຮົາປະຕິຍານຕໍ່ລູກຫລານຂອງເຊື້ອສາຍຂອງຢາໂຄບ, ແລະໄດ້ສະແດງຕົວເຮົາໃຫ້ພວກເຂົາຮູ້ຈັກໃນແຜ່ນດິນເອຢິບ, ເມື່ອເຮົາຍົກມືຂອງເຮົາຂື້ນປະຕິຍານກັບພວກເຂົາວ່າ, ເຮົາໄດ້ກ່າວວ່າ," ເຮົາເປັນພຣະຢາເວພຣະເຈົ້າຂອງພວກເຈົ້າ"— \v 6 ໃນວັນນັ້ນ ເຮົາຍົກມືຂອງເຮົາຂື້ນປະຕິຍານຕໍ່ພວກເຂົາວ່າ, ເຮົາຈະນຳພວກເຂົາອອກຈາກແຜ່ນດິນເອຢິບ ໄປຍັງແຜ່ນດິນທີ່ເຮົາໄດ້ເລືອກສັນໃຫ້ພວກເຂົາທັງຫລາຍຢ່າງລະມັດລະວັງ. ເປັນແຜ່ນດິນທີ່ມີນ້ຳນົມ ແລະນ້ຳເຜິ້ງໄຫລບໍລິບູນ; ມັນເປັນເຄື່ອງປະດັບທີ່ສວຍທີ່ສຸດໃນບັນດາແຜ່ນດິນທັງຫລາຍ. |