1 line
1.6 KiB
Plaintext
1 line
1.6 KiB
Plaintext
\v 15 ແລ້ວບັນດາເຄຣຸບເຫລົ່ານີ້ ໄດ້ລຸກຂື້ນ ຄືສິ່ງທີ່ມີຊີວິດ ຊຶ່ງຂ້ານ້ອຍເຄີຍເຫັນຢູ່ແຄມແມ່ນ້ຳເກບາ. \v 16 ເມື່ອໃດກໍຕາມທີ່ເຫລົ່າເຄຣຸບໄດ້ເຄື່ອນໄປ, ເຫລົ່າວົງລໍ້ທີ່ຢູ່ຂ້າງໆພວກມັນ ກໍໄດ້ເຄື່ອນໄປດ້ວຍ, ແລະເມື່ອໃດກໍຕາມທີ່ເຫລົ່າເຄຣຸບກາງປີກທັງຫລາຍອອກ ເພື່ອຈະບິນຂຶ້ນຈາກໂລກ, ວົງລໍ້ເຫລົ່ານັ້ນກໍບໍ່ຫັນໄປຈາກຂ້າງເຫລົ່າເຄຣຸບເລີຍ. \v 17 ເມື່ອເຫລົ່າເຄຣຸບຢຸດຢູ່ ບັນດາກົງລໍ້ກໍຢຸດນີ້ງຢູ່, ແລະເມື່ອເຫລົ່າເຄຣຸບເຫາະຂຶ້ນ ກົງລໍ້ທັງຫລາຍກໍເຫາະຂຶ້ນກັບພວກມັນໄປດ້ວຍ, ເພາະວ່າວິນຍານຂອງສິ່ງທີ່ມີຊີວິດຢູ່ນັ້ນໄດ້ຢູ່ໃນບັນດາກົງລໍ້ນັ້ນ. |