1 line
1.5 KiB
Plaintext
1 line
1.5 KiB
Plaintext
\v 11 ພຣະຢາເວ ພຣະຜູ້ເປັນເຈົ້າກ່າວດັ່ງນີ້ວ່າ “ຈົ່ງຕົບມື ແລະທືບຕີນຂອງເຈົ້າ! ແລະກ່າວວ່າ, ອະນິດຈັງເອີຍ! ເພາະບັນດາຄວາມຊົ່ວອັນໜ້າກຽດຊັງຂອງເຊື້ອສາຍອິດສະຣາເອນ! ເຫດວ່າພວກເຂົາທັງຫລາຍຈະລົ້ມລົງດ້ວຍດາບ, ດ້ວຍຄວາມອຶດຢາກອາຫານ ແລະດ້ວຍພະຍາດລະບາດ. \v 12 ຜູ້ທີ່ຢູ່ຫ່າງໄກຈະຕາຍດ້ວຍພະຍາດລະບາດ, ແລະຜູ້ທີ່ຢູ່ໃກ້ກໍຈະລົ້ມຕາຍດ້ວຍດາບ. ແລະຜູ້ທີ່ເຫລືອຢູ່ ແລະລອດຊີວິດ ກໍຈະຕາຍດ້ວຍການອຶດຢາກອາຫານ. ດັ່ງນັ້ນແຫລະ ເຮົາຈະລະບາຍຄວາມໂກດຮ້າຍຂອງເຮົາມີຢູ່ເທິງພວກເຂົາຈົນກວ່າຈະມອດລົງ. |