1 line
1.7 KiB
Plaintext
1 line
1.7 KiB
Plaintext
\c 4 \v 1 ແຕ່ເຈົ້າ, “ບຸດແຫ່ງມະນຸດເອີຍ, ຈົ່ງເອົາກ້ອນດິນຈີ່ມາວາງໄວ້ຕໍ່ໜ້າເຈົ້າ. ແລະແກະຮູບເມືອງເຢຣູຊາເລັມ ໄວ້ເທິງນັ້ນ. \v 2 ຈົ່ງອ້ອມເມືອງນັ້ນໄວ້ ແລະກໍ່ກຳແພງອ້ອມໄວ້ຮອບເມືອງນັ້ນດ້ວຍ ກໍ່ກອງດິນໄວ້ສູ້ເມືອງນັ້ນ ແລະຕັ້ງຄ້າຍອ້ອມເມືອງໄວ້. ຈົ່ງຕັ້ງເຄື່ອງທຳລາຍກຳແພງໄວ້ຮອບເມືອງ. \v 3 ແລ້ວເຈົ້າຈົ່ງເອົາແຜ່ນເຫລັກມາໄວ້ສຳລັບຕົວເຈົ້າ ແລະເຮັດໃຫ້ມັນເປັນກຳແພງເມືອງເຫລັກລະຫວ່າງເຈົ້າເອງກັບເມືອງນັ້ນ, ແລະຈົ່ງຫັນໜ້າຂອງເຈົ້າສູ່ເມືອງນັ້ນ, ເພື່ອເຮັດໃຫ້ເມືອງນັ້ນຖືກອ້ອມໄວ້, ແລ້ວເຈົ້າຈົ່ງອ້ອມເມືອງນັ້ນໄວ້. ນີ້ເປັນໝາຍສຳຄັນສຳລັບເຊື້ອສາຍອິດສະຣາເອນ. |