lo_ezk_text_ulb_l3/36/01.txt

3 lines
1.6 KiB
Plaintext

\c 36 \v 1 \v 2 \v 3 1 “ບຸດ​ແຫ່ງ​ມະ­ນຸດ​ເອີຍ ຈົ່ງ​ທຳ​ນວຍ​ຕໍ່­ສູ້​ບັນ­ດາ​ຫົວ​ພູ​ທັງ­ຫລາຍ​ແຫ່ງ​ອິສຣາເອນ​ວ່າ, ຫົວ​ພູ​ທັງ­ຫລາຍ​ແຫ່ງ​ອິສຣາເອນ​ເອີຍ ຈົ່ງ​ຟັງ​ພຣະ­ທຳ​ຂອງ​ພຣະຜູ້ເປັນເຈົ້າ.
2 ພຣະ­ເຈົ້າ​ຊົງ​ກ່າວ​ດັ່ງ­ນີ້​ວ່າ, “ເພາະ​ສັດ­ຕູ​ເວົ້າ​ດັ່ງ­ນີ້​ວ່າ, ສະ­ຖານ­ທີ່​ສູງ​ແຫ່ງ​ບູ­ຮານ​ນະ​ການ​ເຫລົ່າ­ນັ້ນ ໄດ້​ຕົກ​ເປັນ​ກຳ­ມະ­ສິດ​ຂອງ​ເຮົາ​ແລ້ວ.”
3 ເພາະ­ສະ­ນັ້ນ ຈົ່ງ​ທຳ​ນວຍ ແລະ​ກ່າວ​ວ່າ, “ພຣະ­ເຈົ້າ​ຊົງ​ສັ່ງ​ຢ່າງ​ນີ້ ເພາະ​ພວກ­ເຂົາ​ໄດ້​ເຮັດ­ໃຫ້​ພວກ​ເຈົ້າ​ຖືກ​ຮ້າງ​ເປົ່າ ແລະ​ບີບ​ບັງ­ຄັບ​ເຈົ້າ​ທຸກ​ດ້ານ​ຈົນ​ເຈົ້າ​ຕົກ​ເປັນ​ກຳ­ມະ­ສິດ​ຂອງ​ປະ­ຊາ­ຊາດ​ທີ່​ເຫລືອ​ຢູ່ນັ້ນ ແລະ​ເຈົ້າ​ກາຍ­ເປັນ​ທີ່​ນິນ­ທາ​ຂອງ​ປະຊາຊົນ