1 line
1.5 KiB
Plaintext
1 line
1.5 KiB
Plaintext
\v 4 ເຈົ້າບໍ່ໄດ້ເສີມກຳລັງຕົວທີ່ເປັນໂລກ ຫລືຮັກສາຕົວທີ່ເຈັບປ່ວຍ, ເຈົ້າບໍ່ໄດ້ພັນບາດແຜໂຕທີ່ກະດູກຫັກ ແລະເຈົ້າບໍ່ໄດ້ນຳໂຕທີ່ຫລົງຝູງກັບຄືນມາ ຫລືບໍ່ໄດ້ຊອກຫາໂຕທີ່ສູນເສຍໄປ, ແຕ່ເຈົ້າກັບຄວບຄຸມແກະທັງຫມົດດ້ວຍການໃຊ້ກຳລັງ ແລະຄວາມທາລຸນ. \v 5 ແລ້ວພວກມັນຈຶ່ງກະຈັດກະຈາຍໄປຫມົດ ເພາະບໍ່ມີຜູ້ລ້ຽງ ແລະພວກມັນກໍກາຍເປັນອາຫານຂອງສັດທີ່ມີຊີວິດໃນທົ່ງ ຫລັງຈາກທີ່ພວກມັນໄດ້ກະຈັດກະຈາຍໄປ. \v 6 ດັ່ງນັ້ນ ຝຸ່ງແກະຂອງເຮົາຈຶ່ງຊັດເຊພະເນຈອນໄປຕາມພູ ແລະຕາມເນີນເຂົາສູງທຸກຫນ່ວຍ, ແລະມັນໄດ້ກະຈັດກະຈາຍໄປທົ່ວພື້ນແຜ່ນດິນ. ໂດຍບໍ່ມີໃຜຊອກຄົ້ນຫາມັນເລີຍ |