1 line
1.5 KiB
Plaintext
1 line
1.5 KiB
Plaintext
\v 45 ພຣະຄຳຂອງພຣະຜູ້ເປັນເຈົ້າມາເຖິງຂ້ານ້ອຍວ່າ, \v 46 “ບຸດແຫ່ງມະນຸດເອີຍ, ຈົ່ງມຸ່ງຫນ້າໄປດິນແດນທາງທິດໃຕ້ ແລະກ່າວໂທດຍັງທິດໃຕ້; ຈົ່ງປະກາດພຣະທຳຕໍ່ເຂດແດນປ່າໄມ້ທີ່ຢູ່ໃນເນເກບ. \v 47 ຈົ່ງກ່າວແກ່ປ່າໄມ້ແຫ່ງເນເກບວ່າ, ' ນີ້ເປັນຄຳປະກາດຂອງພຣະຢາເວອົງພຣະຜູ້ເປັນເຈົ້າຊົງກ່າວດັ່ງນີ້ວ່າ: ເບິ່ງແມ, ເຮົາຈະກໍ່ໄຟໄວ້ໃນທ່າມກາງເຈົ້າ, ເຮົາຈະເຜົາຜານຕົ້ນໄມ້ຂຽວ ແລະຕົ້ນໄມ້ແຫ້ງທຸກຕົ້ນທີ່ຢູ່ໃນທ່າມກາງເຈົ້າ. ແປວໄຟເຫລົ່ານີ້ ກໍຈະລຸກໄຫມ້ ແລະບໍ່ສາມາດດັບ; ແລະໃບຫນ້າທຸກຫນ້າຕັ້ງແຕ່ທິດໃຕ້ຈົນເຖິງທິດເຫນືອຈະຖືກໄຟລວກ. |