1 line
1.7 KiB
Plaintext
1 line
1.7 KiB
Plaintext
\v 40 ເພາະວ່າເທິງພູເຂົາບໍຣິສຸດຂອງເຮົາ ຄືພູເຂົາສູງຂອງອິດສະຣາເອນ ນີ້ເປັນຄຳປະກາດຂອງພຣະຢາເວອົງພຣະຜູ້ເປັນເຈົ້າ- ບັນດາເຊື້ອສາຍທັງຫມົດຂອງອິດສະຣາເອນທັງຫມົດ ນະມັດສະການເຮົາທີ່ນັ້ນໃນແຜ່ນດິນ ເຮົາຈະຍິນດີທີ່ຈະຮັບເຄື່ອງຖວາຍຂອງພວກເຈົ້າ ແລະທີ່ນັ້ນ ທັງຜົນລຸ້ນທຳອິດແຫ່ງເຄື່ອງບູຊາ ແລະເຄື່ອງຖວາຍບູຊາອັນບໍລິສຸດທັງຫມົດຂອງເຈົ້າ. \v 41 ເຮົາຈະຍອມຮັບພວກເຈົ້າເຫມືອນກກິ່ນຫອມຂອງເຄື່ອງຫອມ ເມື່ອເຮົານຳພວກເຈົ້າອອກມາຈາກຊົົນຊາດທັງຫລາຍ ແລະຮວບຮວມພວກເຈົ້າອອກຈາກປະເທດທີ່ພວກເຈົ້າຖືກກະຈັດກະຈາຍໄປຢູ່ນັ້ນ. ເຮົາສະແດງຄວາມບໍລິສຸດຂອງເຮົາທ່າມກາງເຈົ້າໃຫ້ປະຊາຊາດທັງຫລາຍໄດ້ເຫັນ. |