1 line
1.7 KiB
Plaintext
1 line
1.7 KiB
Plaintext
\v 16 ເພາະສະນັ້ນ ຈົ່ງກ່າວວ່າ, ‘ພຣະຢາເວອົງພຣະຜູ້ເປັນເຈົ້າ ຊົງກ່າວດັ່ງນີ້ວ່າ: ເຖິງແມ້ເຮົາຂັບໄລ່ພວກເຂົາໄປໄກໆໄປຢູ່ທ່າມກາງປະຊາຊາດທັງຫລາຍ, ແລະແມ້ວ່າ ເຮົາໄດ້ເຮັດໃຫ້ພວກເຂົາກະຈັດກະຈາຍໄປຢູ່ທ່າມກາງປະເທດທັງປວງ, ແຕ່ອີກບໍ່ດົນເຮົາກໍຈະເປັນສະຖານທີ່ນະມັດສະການສຳລັບພວກເຂົາໃນປະເທດທີ່ພວກເຂົາຈະໄດ້ໄປຢູ່.’ \v 17 ສະນັ້ນ ຈົ່ງກ່າວວ່າ, ‘ພຣະຢາເວ ຜູ້ຜູ້ເປັນເຈົ້າ ຊົງກ່າວດັ່ງນີ້ວ່າ: ເຮົາຈະຮວບຮວມພວກເຈົ້າຈາກດິນແດນກະຈັດກະຈາຍ ແລະເຮົາຈະມອບດິນແດນອິດສະຣາເອນ.‘ \v 18 ແລ້ວພວກເຂົາຈະໄຍັງທີ່ນັ້ນ ແລະກຳຈັດທຸກສິ່ງທີ່ຫນ້າລັງກຽດ ແລະທຸກສິ່ງທີ່ຫນ້າກຽດຊັງຈາກສະຖານທີ່ແຫ່ງນັ້ນ. |