1 line
1.6 KiB
Plaintext
1 line
1.6 KiB
Plaintext
\v 13 ພຣະຄຳຂອງພຣະຢາເວ ອົງພຣະຜູ້ເປັນເຈົ້າຊົງກ່າວດັ່ງນີ້ວ່າ: ເພາະພວກເຂົາກ່າວແກ່ເຈົ້າວ່າ, "ພວກເຈົ້າກິນຄົນ, ແລະ ລູກຫລານຂອງປະຊາຊາດຂອງພວກເຈົ້າຕ້ອງຕາຍ," \v 14 ເພາະສະນັ້ນ ພວກເຈົ້າຈະບໍ່ໄດ້ກິນຄົນອີກຕໍ່ໄປ, ແລະ ຈະບໍ່ເຮັດໃຫ້ປະຊາຊາດຂອງພວກເຈົ້າໂສກເສົ້າດ້ວຍຄວາມຕາຍອີກຕໍ່ໄປ. ນີ້ເປັນຄຳປະກາດຂອງພຣະຢາເວ ອົງພຣະຜູ້ເປັນເຈົ້າ. \v 15 ເຮົາຈະບໍ່ໃຫ້ພວກເຈົ້າໄດ້ຍິນຄຳຫມິ່ນປະຫມາດຂອງປະຊາຊາດຕ່າງໆອີກຕໍ່ໄປ; ພວກເຈົ້າຈະບໍ່ຕ້ອງທົນຮັບເອົາຄວາມອັບອາຍຂາຍຫນ້າຂອງຊົນຊາດທັງຫລາຍອີກ, ຫລືສິ່ງທີ່ເປັນເຫດໃຫ້ຊົນຊາດຂອງພວກເຈົ້າລົ້ມລົງ — ນີ້ເປັນຄຳປະກາດຂອງພຣະຢາເວອົງພຣະຜູ້ເປັນເຈົ້າ'" |