1 line
1.6 KiB
Plaintext
1 line
1.6 KiB
Plaintext
\v 7 ບົດນີ້ ເຈົ້າເອງ, ບຸດແຫ່ງມະນຸດເອີຍ! ເຮົາໄດ້ຕັ້ງໃຫ້ເຈົ້າເປັນຜູ້ເຝົ້າຍາມຊົນຊາດອິດສະຣາເອນ; ເຈົ້າຈະໄດ້ຍິນຖ້ອຍຄຳຈາກປາກເຮົາ ແລະ ຈົ່ງເຕືອນພວກເຂົາແທນເຮົາ. \v 8 ຖ້າເຮົາປະກາດກັບຄົນຊົ່ວວ່າ. 'ໂອ ຄົນຊົ່ວ, ເຈົ້າຈະຕ້ອງຕາຍແນ່!' ແຕ່ຖ້າເຈົ້າບໍ່ໄດ້ກ່າວເຕືອນຄົນຊົ່ວໃຫ້ກັບມາຈາກທາງຂອງເຂົາ, ແລ້ວຄົນຊົ່ວນັ້ນຈະຕ້ອງຕາຍ ເນື່ອງຈາກຄວາມຜິດບາບຂອງເຂົາ, ແຕ່ເຮົາຈະເອົາເລືຶອດຂອງເຂົາຈາກມືເຈົ້າ! \v 9 ແຕ່ເຈົ້າ, ຖ້າເຈົ້າໄດ້ເຕືອນຄົນຊົ່ວກ່ຽວກັບວິຖີທາງຂອງເຂົາ, ຊຶ່ງວ່າເຂົາອາດຈະຫັນກັບຈາກທາງຂອງເຂົາ, ແລະ ຖ້າເຂົາບໍ່ກັບມາຈາກທາງຂອງເຂົາ, ແລ້ວເຂົາຈະຕ້ອງຕາຍເນື່ອງຈາກຄວາມຜິດບາບຂອງເຂົາ, ແຕ່ເຈົ້າຈະຊ່ວຍຊີວິດຂອງຕົນໃຫ້ປອດໄພ. |