lo_ezk_text_ulb_l3/24/19.txt

1 line
1.6 KiB
Plaintext

\v 19 ປະ­ຊາ­ຊົນ​ກໍ​ຖາມ​ຂ້າ­ນ້ອຍາ​ວ່າ, “ທ່ານ​ຈະ​ບໍ່​ບອກ​ເຮົາ​ທັງ­ຫລາຍ​ບໍ​ວ່າ ສິ່ງທີ່ທ່ານເຮັດ​ນີ້​ມີ​ຄວາມ​ຫມາຍ​ຫຍັງ​, ໃນສິ່ງທີ່ທ່ານກຳລັງເຮັດ?” \v 20 ດັ່ງນັ້ນ ຂ້ານ້ອຍຈຶ່ງກ່າວແກ່ພວກເຂົາວ່າ, “ພຣະຄຳຂອງພຣະຢາເວມາເຖິງຂ້ານ້ອຍ, ກ່າວດັ່ງນີ້, \v 21 'ຈົ່ງ​ກ່າວ​ແກ່​ເຊື້ອ­ສາຍ​ຂອງອິດສະຣາເອນ​ວ່າ, ພຣະຢາເວ ອົງ­ພຣະ­ຜູ້­ເປັນ­ເຈົ້າຊົງກ່າວ​ດັ່ງ­ນີ້​ວ່າ: ເບິ່ງ​ແມ໋! ເຮົາ​ຈະເມີນເສີຍຕໍ່ສະ­ຖານນະມັດສະການ​ຂອງ​ເຮົາ — ຊຶ່ງເປັນຄວາມ​ພາກ­ພູມ​ໃຈຂອງເຈົ້າ, ເປັນແກ້ວຕາດວງໃຈຂອງເຈົ້າ, ແລະ ເປັນ​ຄວາມປາດຖະຫນາຂອງຈິດ­ວິນ­ຍານເຈົ້າ, ແລະ ລູກ­ຊາຍ​ ແລະ ລູກສາວ​ທັງຫລາຍຂອງ​ເຈົ້າ ຜູ້ຊຶ່ງ​ເຈົ້າໄດ້ປະ​ຖິ້ມ​ໄວ້​ເບື້ອງ​ຫລັງ​ຈະ​ລົ້ມ­ລົງ​ດ້ວຍ​ຄົມດາບ.