1 line
1.5 KiB
Plaintext
1 line
1.5 KiB
Plaintext
\v 40 ແລ້ວພວກເຂົາຈະນຳຝູງຄົນມາຕໍ່ສູ້ກັບເຈົ້າ ແລະ ແກວ່ງກ້ອນຫີນໃສ່ເຈົ້າ, ແລະ ພວກເຂົາຈະຕັດເຈົ້າດ້ວຍດາບຂອງເຂົາເປັນທ່ອນໆ. \v 41 ພວກເຂົາຈະເອົາໄຟເຜົາບ້ານເຮືອນທັງຫລາຍຂອງເຈົ້າ ແລະ ຈະເຮັດຫລາຍສິ່ງໃນການພິພາກສາລົງໂທດເຈົ້າຕໍ່ຫນ້າພວກຜູ້ຍິງທັງຫລາຍ, ເພື່ອເຮົາຈະເຮັດໃຫ້ເຈົ້າຢຸດການເປັນໂສເພນີຂອງເຈົ້າ, ແລະ ເຈົ້າຈະບໍ່ຈ່າຍຄ່າຈ້າງໃຫ້ບັນດາຄົນຮັກທັງຫລາຍຂອງເຈົ້າອີກຕໍ່ໄປ. \v 42 ແລ້ວການຕໍ່ສູ້ຂອງເຮົາທີ່ມີຕໍ່ເຈົ້າກໍຈະສະຫງົບລົງ; ຄວາມຄຽດຮ້າຍຂອງເຮົາກໍຈະໄປຈາກເຈົ້າ, ເພາະເຮົາເພິ່ງພໍໃຈ, ແລະ ຈະະບໍ່ຄຽດຮ້າຍອີກຕໍ່ໄປ. |