1 line
1.5 KiB
Plaintext
1 line
1.5 KiB
Plaintext
\v 9 ຜູ້ຄົນເຫລົ່ານັ້ນທີ່ອາໄສຢູ່ໃນບັນດາເມືອງຕ່າງໆຂອງອິດສະຣາເອນຈະອອກໄປ ແລະພວກເຂົາຈະໃຊ້ອາວຸດ ເພື່ອຈຸດໄຟ ແລະສຸມໃສ່ ແລະເຜົາເຄື່ອງອາວຸດ ຄື ໂລ່ນ້ອນ, ໂລ່ໃຫ່ຍ, ຄັນທະນູ, ລູກທະນູ, ໄມ້ຄ້ອນ ແລະຫອກຍາວ; ພວກເຂົາຈະເອົາພວກມັນເຜົາໄຟເປັນເວລາເຈັດປີ. \v 10 ເພາະສະນັ້ນ ພວກເຂົາບໍ່ຈຳເປັນຈະຕ້ອງເອົາຟືນມາຈາກທົ່ງນາ ຫລືຕັດຟືນມາຈາກປ່າ, ເພາະພວກເຂົາຈະກໍ່ໄຟດ້ວຍເຄື່ອງອາວຸດ ແລະພວກເຂົາທັງຫລາຍຈະຍາດຊີງເອົາຜູ້ທີ່ຍາດຊີງພວກເຂົາ ແລະຈະປຸ້ນຜູ້ທີ່ປຸ້ນພວກເຂົາ- ນີ້ເປັນຄຳະກາດຂອງພຣະຢາເວອົງພຮະຜູ້ເປັນເຈົ້າ." |