lo_ezk_text_ulb_l3/19/05.txt

1 line
1.3 KiB
Plaintext

\v 5 ແລ້ວແມ່​​ສິງ​ເຫັນ​ວ່າ​ ເຖິງວ່ານາງ​ຄອງຄອຍການກັບມາຂອງມັນ​ດົນນານ​ແລ້ວ, ແຕ່​ຄວາມ​ຫວັງ​ຂອງ​ນາງໄດ້​ສູນ​ໄປ, ດັ່ງນັ້ນ ນາງ​ກໍ​ເອົາ​ລູກ​ສິງ​ໂຕ​ອື່ນມາອີກ ແລະ ລ້ຽງມັນໃຫ້ກາຍ­ເປັນ​ສິງ​ຫນຸ່ມ. \v 6 ສິງ​ຫນຸ່ມຕົວນີ້ ທ່ອງທ່ຽວໄປມາໃນ​ທ່າມ­ກາງ​ຝູງ​ສິງທັງຫລາຍ. ມັນ​­ເປັນ​​ສິງຫນຸ່ມ ແລະ ​ມັນໄດ້ຮຽນແລະເຝິກ​ການຈີກ​ເຫຍື່ອຂອງມັນ; ມັນໄດ້​ກັດກິນ​ບັນດາມະນຸດ. \v 7 ມັນ​ໄດ້ຈັບຍິງແມ່ຫມ້າຍທັງຫລາຍຂອງພວກເຂົາ ແລະ ທຳລາຍເມືອງທັງຫລາຍຂອງພວກເຂົາ. ແຜ່ນ­ດິນນັ້ນກໍຖືກຮົກຮ້າງ ເພາະ​ດ້ວຍໄດ້ຍິນສຽງຮ້ອງຄໍ່າລາມຂອງມັນ.