lo_ezk_text_ulb_l3/46/11.txt

1 line
1.6 KiB
Plaintext

\v 11 ໃນ​ເທດ­ສະ­ການງານລ້ຽງ, ເຄື່ອງ­ບູ­ຊາ​ພືດ​ຜົນ​ເປັນ​ເມັດ ຫນຶ່ງເອຟາຕໍ່ກັບ​ງົວ​ເຖິກ​ໂຕ​ຫນຶ່ງ ແລະ ຫນຶ່ງເອຟາຕໍ່​ກັບ​ແກະ​ຜູ້ໂຕຫນຶ່ງ, ແລະ ສິ່ງໃດໆທີ່ລາວປາດຖະຫນາຢາກຈະຖວາຍກັບ​ລູກ​ແກະ, ແລະ ​ນ້ຳ­ມັນຫນຶ່ງ​ຮິນ​​ຕໍ່ສຳລັບແຕ່ລະ​ເອ­ຟາ ກໍໃຫ້ຖວາຍ​. \v 12 ເມື່ອ​ເຈົ້າຊາຍ​ຖວາຍ​ເຄື່ອງ­ບູ­ຊາ​ຕາມ­ໃຈ​ສະ­ຫມັກ, ອາດຈະ​ເປັນ​ເຄື່ອງ​ເຜົາ​ບູ­ຊາ ຫລື​ ເຄື່ອງສັນຕິ­ບູ­ຊາຕໍ່​ພຣະ­ຢາເວ, ​​ປະ­ຕູ​ທີ່​ປິ່ນ​ຫນ້າ​ໄປ​ທາງ​ທິດ­ຕາ­ເວັນ­ອອກ​ ກໍຈະເປີດອອກໃຫ້ແກ່ລາວ. ລາວຈະຖວາຍເຄື່ອງເຜົາບູຊາ ຫລື ​ເຄື່ອງ­ສັນຕິບູ­ຊາ​ຂອງເຂົາ ເຫມືອນຢ່າງທີ່ລາວເຮັດ​ໃນ​ວັນ​ສະ­ບາ​ໂຕ. ແລ້ວ​ລາວ​ຈະຕ້ອງ​ອອກ​ໄປ, ເແລະ ຫລັງຈາກທີ່ລາວອອກໄປແລ້ວ ປະຕູກໍຈະຖືກ​ປິດ.