2 lines
1.3 KiB
Plaintext
2 lines
1.3 KiB
Plaintext
\v 17 ແລ້ວຊາຍຄົນນັ້ນກໍນຳຂ້ານ້ອຍອອກໄປທີ່ເດີ່ນຊັ້ນນອກຂອງພຣະວິຍານ. ເບິ່ງແມ, ມີຫ້ອງຕ່າງໆ, ແລະມີທາງເດີນໃນຮອບເດີ່ນ, ມີຫ້ອງສາມສິບຫ້ອງຫັນຫນ້າຖັດຈາກທາງເດີນອີກ. \v 18 ແລະທາງເດີນມີຂື້ນໄປຕາມເບື້ອງຂ້າງປະຕູທັງຫລາຍ
|
|
ແລະກວ້າງອອກໄປເທົ່າກັບດ້ານຍາວຂອງປະຕູທັງຫລາຍ. ນີ້ເປັນທາງເດີນຊັ້ນລຸ່ມ. \v 19 ແລ້ວຊາຍຄົນນັ້ນກໍວັດແທກລະຍະດ້ານຫນ້າຂອງປະຕູທີ່ຢູ່ຕໍ່າກວ່າ ໄປຍັງດ້ານຫນ້າຂອງປະຕູຊັ້ນໃນ. ມັນວັດໄດ້ຫນຶ່ງຮ້ອຍສອກ. ທັງທາງຕາເວັນອອກ ແລະເຊັ່ນດຽວກັນກັບທາງເຫນືອ. |