1 line
1.8 KiB
Plaintext
1 line
1.8 KiB
Plaintext
\v 20 ເຫມືອນການຮວບຮວມເງິນ, ທອງເຫລືອງ, ເຫລັກ, ຊືນ ແລະກົ່ວ ຕີບຸກເຂົ້າສູ່ກາງເຕົາຫລອມ ເພື່ອເອົາໄຟພົ່ນໃຫ້ມັນລະລາຍ, ດັ່ງນັ້ນ ເຮົາຈະຫລອມເຈົ້າ; ເຮົາຮວບຮວມພວກເຈົ້າດ້ວຍ ຄວາມຄຽດຮ້າຍ ແລະດ້ວຍຄວາມພິໂລດຂອງເຮົາ, ເຮົາຈະວາງເຈົ້າໄວ້ບ່ອນນັ້ນ ແລະເປົ່າໄຟໃຫ້ເຈົ້າລະລາຍ. ດັ່ງນັ້ນ ເຮົາຈະຮວບຮວມພວກເຈົາດ້ວຍຄວາມຄຽດຮ້າຍ ແລະດ້ວຍຄວາມພິໂລດ ແລະວາງເຈົ້າໃສ່ບ່ອນນັ້ນ ແລະຈະເທເຈົ້າອອກ. \v 21 ເຮົາຈະຮວບຮວມເຈົ້າ ແລະເປົ່າດ້ວຍແປວໄຟແຫ່ງຄວາມພິໂລດຂອງເຮົາພົ່ນໃສ່ເຈົ້າ ເພື່ອເຈົ້າຈຖືກເທອອກຈາກກາງເມືອງນັ້ນ. \v 22 ຖ້າເງິນຫລອມກາງເຕົາເຜົາ, ເຈົ້າຈະຖືກຫລອມເຫລວຢູ່ທ່າມກາງມັນ ແລະເຈົ້າຈະຮູ້ວ່າ ເຮົາແມ່ນພຣະຢາເວ,ຖອກຄວາມຄຽດຮ້າຍຂອງເຮົາລົງເຫນືອພວກເຈົ້າ” |