1 line
1.4 KiB
Plaintext
1 line
1.4 KiB
Plaintext
\v 4 ເຈົ້າມີຄວາມຜິດດ້ວຍເລືອດທີ່ເຈົ້າຫລັ່ງອອກມາ ແລະເຈົ້າໄດ້ເຮັດໃຫ້ເປິະເປື້ອນເປັນມົນທິນດ້ວຍຮູບເຄົາລົບທີ່ເຈົ້າເຮັດຂື້ນ. ເພະເຈົ້າໄດ້ຊັກນຳເຮັດໃຫ້ເວລາຂອງເຈົ້າໃກ້ເຂົ້າມາ ແລະໃກ້ເຖິງປີສຸດທ້າຍຂອງເຈົ້າແລ້ວ. ເພາະສະນັ້ນ ເຮົາຈະຈຶ່ງເຮັດເຈົ້າໃຫ້ເປັນທີ່ປະນາມແກ່ປະຊາຊາດທັງຫລາຍ ແລະຖືກເຍາະເຍີ້ຍດູຫມິ່ນຕໍ່ສາຍຕາແກ່ປະເທດທັງຫລາຍ. \v 5 ທັງບັນດາຜູ້ທີ່ຢູ່ໃກ້ ແລະທີ່ຢູ່ໄກຈະເຍາະເຍີ້ຍເຈົ້າ, ໂອ ເມືອງອັນເປັນມົນທິນເອີຍ, ຊຶ່ງເປັນທີ່ຮູ້ຈັກໄປທຸກຫົນທຸກແຫ່ງ ເຕັມໄປດ້ວຍຄວາມວຸ້ນວາຍ. |