3 lines
2.7 KiB
Plaintext
3 lines
2.7 KiB
Plaintext
\v 6 \v 7 \v 8 ຂະນະທີ່ຊາຍຄົນນັ້ນຍັງຢືນຢູ່ທີ່ຂ້າງຂ້າພະເຈົ້າ ຂ້າພະເຈົ້າໄດ້ຍິນພຣະອົງກ່າວກັບຂ້າພະເຈົ້າດັງອອກມາຈາກພຣະວິຫານ
|
|
ແລະພຣະອົງກ່າວກັບຂ້າພະເຈົ້າວ່າ “ບຸດແຫ່ງມະນຸດເອີຍ ບັນລັງຂອງເຮົາ ແລະສະຖານທີ່ວາງຕີນຂອງເຮົາຢູ່ບ່ອນນີ້ ເປັນບ່ອນທີ່ເຮົາຈະຢູ່ທ່າມກາງຊົນຊາດອິສຣາເອນເປັນນິດ ແລະເຊື້ອສາຍອິສຣາເອນຈະບໍ່ເຮັດໃຫ້ນາມອັນບໍລິສຸດຂອງເຮົາ ເປັນມົນທິນອີກ ໂດຍຕົວຂອງພວກເຂົາເອງ ຫລືກະສັດຂອງພວກເຂົາ ດ້ວຍການຫລິ້ນຊູ້ຂອງພວກເຂົາ ແລະດ້ວຍສົບແຫ່ງກະສັດຂອງພວກເຂົາໃນສະຖານທີ່ນະມັດສະການສູງສຸດ
|
|
8 ໂດຍການວາງທາງເຂົ້າປະຕູຂອງພວກເຂົາໄວ້ຂ້າງທາງເຂົ້າປະຕູຂອງເຮົາ ໂດຍການຕັ້ງເສົາປະຕູຂອງພວກເຂົາ ໄວ້ຂ້າງເສົາປະຕູຂອງເຮົາ ມີພຽງຝາກັ້ນໄວ້ລະຫວ່າງເຮົາກັບພວກເຂົາເທົ່ານັ້ນ ພວກເຂົາໄດ້ເຮັດໃຫ້ນາມບໍລິສຸດຂອງເຮົາເປັນມົນທິນດ້ວຍການອັນໜ້າກຽດຊັງຂອງພວກເຂົາຊຶ່ງພວກເຂົາທັງຫລາຍໄດ້ເຮັດ ດັ່ງນັ້ນ ເຮົາຈຶ່ງເຜົາຜານພວກເຂົາດ້ວຍຄວາມຄຽດຮ້າຍຂອງເຮົາ |