1 line
1.7 KiB
Plaintext
1 line
1.7 KiB
Plaintext
\v 13 ແລະພວກເຈົ້າຈະຮູ້ວ່າ ເຮົາແມ່ນພຣະຢາເວ ເມື່ອຄົນທີ່ຕາຍທັງຫລາຍໄດ້ນອນຢູ່ທ່າມກາງຮູບເຄົາລົບຂອງພວກເຂົາ, ຮອບແທ່ນບູຊາຂອງພວກເຂົາ ເທິງໂນນພູສູງທຸກແຫ່ງ- ເທິງຍອດເຂົາທັງຫມົດ, ແລະຢູ່ກ້ອງຕົ້ນໄມ້ຂຽວທຸກຕົ້ນ ແລະກ້ອງຕົ້ນໂອກຂະຫນາດໃຫ່ຍທຸກຕົ້ນ- ຄືສະຖານທີ່ຊຶ່ງພວກເຂົາເຜົາເຄື່ອງຫອມຖວາຍແກ່ຮູບເຄົາລົບທັງຫມົດຂອງຕົນ. \v 14 ເຮົາຈະຍື່ນມືຂອງເຮົາອອກຕໍ່ສູ້ພວກເຂົາ ແລະເຮັດໃຫ້ແຜ່ນດິນທີ່ພວກເຂົາອາໃສທຸກແຫ່ງນັ້ນຮົກຮ້າງ ແລະຖິ້ມໃຫ້ຮ້າງ, ຄືຕັ້ງແຕ່ຖີ່ນແຫ້ງແລ້ງກັນດານເຖິງດິບລາ, ຕະຫລອດຈົນທຸກບ່ອນທີ່ພວກເຂົາອາໃສຢູ່. ແລ້ວພວກເຂົາຈຶ່ງຈະຮູ້ວ່າ ເຮົາແມ່ນພຣະຢາເວ” |