1 line
1.8 KiB
Plaintext
1 line
1.8 KiB
Plaintext
\v 21 ເພາະວ່າກະສັດບາບີໂລນຈະຢຸດຢູ່ທີ່ທາງແຍກ, ຂອງຫົວຖະຫນົນສອງຖະຫນົນ, ເພື່ອຄຳທຳນວາຍ.ເຂົາແກວ່ງລູກທະນູ ແລະຖາມເສັ້ນທາງຈາກຮູບເຄົາລົບທັງຫລາຍ ແລະເຂົາຈະຕັບຂອງສັດ. \v 22 ໃນມືເບື້ອງຂວາຂອງເຂົາຈະມີສະຫລາກຂອງນະຄອນເຢຣູຊາເລັມ ເພື່ອຈະຕັ້ງເຄື່ອງກັບດັກທຳລາຍມັນ, ເພື່ອຈະໃຫ້ອ້າປາກຂອງເຂົາສັ່ງໃຫ້ທຳລາຍລ້າງ, ເພື່ອສົ່ງສຽງຮ້ອງດັງ ໃຫ້ສູ້ຮົບ, ເພື່ອວາງເຄື່ອງກັບດັກທຳລາຍກຳແພງທີ່ປະຕູເມືອງ , ເພື່ອສ້າງທາງລາດ ແລະກໍ່ກຳແພງອ້ອມ. \v 23 ເບິ່ງເຫມືອນຄຳທຳນວາຍທີ່ບໍ່ມີປະໂຫຍດ ໃນສາຍຕາຄົນເຢຣູຊາເລັມ. ຄົນພວກນັ້ນທີ່ເຄີຍສາບານກັບຊາວາບີໂລນ, ແຕ່ກະສັດບາບີໂລນ ຈະກ່າວໂທດເຂົາ ແລະລະເມີດພັນທະສັນຍາ ເພື່ອຈະຈັບພວກເຂົາໄປ. |