1 line
1.5 KiB
Plaintext
1 line
1.5 KiB
Plaintext
\v 5 ແລ້ວພຣະວິນຍານຂອງພຣະຢາເວລົງມາເຫນືອຂ້ານ້ອຍ ແລະພຣະອົງກ່າວກັບຂ້ານ້ອຍວ່າ, “ນີ້ເປັນສິ່ງທີ່ພຣະຢາເວຊົງກ່າວວ່າ: ເຊື້ອສາຍອິດສະຣາເອນເອີຍ; ພວກເຈົ້າຄິດດັ່ງນັ້ນ ແລະເຮົາຮູ້ສິ່ງຄວາມຄິດທັງຫລາຍໃນໃຈຂອງພວກເຈົ້າ. \v 6 ພວກເຈົ້າໄດ້ຂ້າຜູ້ຄົນຈຳນວນຫລາຍໃນເມືອງນີ້ ແລະຖະຫນົນຕ່າງໆເຕັມໄປດ້ວຍຊາກສົບ. \v 7 ເພາະສະນັ້ນ, ພຣະຢາເວ ພຣະຜູ້ເປັນເຈົ້າ ຊົງກ່າວດັ່ງນີ້ວ່າ : ປະຊາຊົນທີ່ພວກເຈົ້າໄດ້ຂ້າ, ຜູ້ຊຶ່ງພວກເຈົ້າໄດ້ຖິ້ມໄວ້ທ່າມກາງນະຄອນເຢຣູຊະເລມນີ້, ເປັນຊີ້ນ ແລະເມືອງນີ້ກາຍເປັນຫມໍ້ຕົ້ມ. ແຕ່ເຮົາຈະຂັບໄລ່ພວກເຈົ້າອອກໄປຈາກກາງເມືອງນີ້. |