1 line
2.2 KiB
Plaintext
1 line
2.2 KiB
Plaintext
\v 6 ຊາຍຄົນນັ້ນກຳລັງຢືນຢູ່ທີ່ຂ້າງຂ້ານ້ອຍ, ແລະ ຂ້ານ້ອຍໄດ້ຍິນຜູ້ຫນຶ່ງເວົ້າກັບຂ້ານ້ອຍມາຈາກພຣະວິຫານ. \v 7 ພຣະອົງຊົງກ່າວກັບຂ້ານ້ອຍວ່າ, “ບຸດແຫ່ງມະນຸດເອີຍ, ນີ້ເປັນບັນລັງ ແລະ ແທ່ນວາງຕີນຂອງເຮົາຢູ່ບ່ອນນີ້, ເປັນບ່ອນທີ່ເຮົາສະຖິດຢູ່ທ່າມກາງຊົນຊາດອິດສະຣາເອນເປັນນິດ. ເຊື້ອສາຍຂອງອິດສະຣາເອນ ຈະບໍ່ຖືກຫມິ່ນປະຫມາດນາມຊື່ຂອງເຮົາ — ພວກກເຂົາ ຫລືກະສັດຂອງເຂົາ — ພ້ອມຄວາມບໍ່ສັດຊື່ຂອງເຂົາ ຫລື ຊາກສົບຂອງກະສັດຂອງເຂົາໃນສະຖານສູງທັງຫລາຍ. \v 8 ພວກເຂົາຈະບໍ່ຫມິ່ນປະຫມາດນາມຊື່ອັນບໍຣິສຸດຂອງເຮົາ ໂດຍການວາງຂອບເຂດປະຕູຂອງພວກເຂົາຖັດຂອບເຂດປະຕູຂອງເຮົາ, ແລະ ຮົ້ວກັ້ນຂອງເຂົາທັງຫລາຍຖັດຈາກຂອງເຮົາ, ບໍ່ມີຫຍັງກັ້ນ ແຕ່ມີພຽງຝາຢູ່ລະຫວ່າງເຮົາ ແລະ ພວກເຂົາ. ພວກເຂົາເຮັດໃຫ້ນາມຊື່ອັນບໍຣິສຸດຂອງເຮົາເປັນມົນທິນໂດຍການກະທຳອັນຫນ້າກຽດຊັງ, ບໍ່ສະນັ້ນ ເຮົາຈະທຳລາຍເຂົາດ້ວຍຄວາມໂກດຮ້າຍຂອງເຮົາ. |