1 line
1.5 KiB
Plaintext
1 line
1.5 KiB
Plaintext
\v 8 ເພາະນາງບໍ່ໄດ້ລະຄວາມປະພຶດການເປັນໂສເພນີຕັ້ງແຕ່ຢູ່ເອຢິບ, ພວກເຂົາໄດ້ນອນນຳນາງ ເມື່ອນາງຍັງສາວ, ພວກເຂົາຈັບຕ້ອງຫນ້າເອິກພົມມະຈາລີຂອງນາງ ແລະ ຖອກເທລາຄະຕັນຫາຂອງເຂົາໃຫ້ແກ່ນາງ. \v 9 ເພາະສະນັ້ນ ເຮົາຈຶ່ງມອບນາງໃຫ້ຕົກຢູ່ໃນມືຂອງພວກຄົນຮັກຂອງນາງ, ຄືໃນມືຄົນອັດຊີເຣຍຊຶ່ງນາງຫລົງໄຫລນັ້ນ. \v 10 ພວກເຂົາໄດ້ເຜີຍຄວາມເປືອຍກາຍຂອງນາງ. ພວກເຂົາຈັບລູກຊາຍ ແລະ ລູກຍິງຂອງນາງ, ແລະພວກເຂົາຂ້ານາງດ້ວຍຄົມດາບ, ແລະ ນາງຈຶ່ງກາຍເປັນຄົນຫນ້າອັບອາຍແກ່ຜູ້ຍິງຄົນອຶ່ນໆ, ດັ່ງນັ້ນ ພວກເຂົາໄດ້ພິພາກສາລົງໂທດນາງແລ້ວ. |