1 line
1.3 KiB
Plaintext
1 line
1.3 KiB
Plaintext
\v 12 ແລ້ວພຣະອົງກ່າວກັບຂ້ານ້ອຍວ່າ, “ບຸດແຫ່ງມະນຸດເອີຍ ເຈົ້າໄດ້ເຫັນແລ້ວບໍ່ວ່າ ພວກອາວຸໂສຂອງເຊື້ອສາຍອິດສະຣາເອນເຮັດຫຍັງຢູ່ໃນຄວາມມືດ? ແຕ່ລະຄົນລີ້ເຮັດສິ່ງນີ້ຢູ່ໃນຫ້ອງຕັ້ງຮູບເຄົາລົບຂອງຕົນ, ເພາະພວກເຂົາເວົ້າວ່າ, ‘ພຣະຢາເວບໍ່ຊົງທອດພຣະເນດເຫັນເຮົາ! ພຣະຢາເວໄດ້ປະຖິ້ມແຜ່ນດິນນີ້ເສຍແລ້ວ.’” \v 13 ແລ້ວພຣະອົງໄດ້ກ່າວກັບຂ້ານ້ອຍດ້ວຍວ່າ, “ ຈົ່ງຫັນມາອີກຄັ້ງ, ແລະ ເຈົ້າຈະເຫັນພວກເຂົາກຳລັງເຮັດສິ່ງທີ່ຫນ້າກຽວຊັງຍິ່ງກວ່ານີ້ອີກ.” |