1 line
1.3 KiB
Plaintext
1 line
1.3 KiB
Plaintext
\c 8 \v 1 ດັ່ງນັ້ນ ສິ່ງນີ້ໄດ້ເກີດຂື້ນໃນວັນທີຫ້າ ເດືອນທີຫົກ, ໃນປີທີຫົກ, ຄືໃນຂະນະທີ່ຂ້ານ້ອຍນັ່ງຢູ່ໃນເຮືອນຂອງຂ້ານ້ອຍ ແລະພວກຜູ້ອາວຸໂສຂອງເຜົ່າຢູດານັ່ງຢູ່ຕໍ່ຫນ້າຂ້ານ້ອຍ, ພຣະຫັດຂອງພຣະຢາເວພຣະຜູ້ເປັນເຈົ້າໄດ້ລົງມາເທິງຂ້ານ້ອຍຢູ່ບ່ອນນັ້ນ. \v 2 ດັ່ງນັ້ນ, ຂ້ານ້ອຍກໍແນມເບິ່ງ ແລະ ເບິ່ງແມ໋, ມີຮູບຮ່າງຫນຶ່ງຄ້າຍຄືຮູບຮ່າງມະນຸດ. ຈາກຮູບຮ່າງສ່ວນແອວລົງມາເບິ່ງຄືໄຟ. ແລະ ຈາກສ່ວນແອວຂຶ້ນເທິງເບິ່ງຄືບາງສິິ່ງທີ່ແສງແຈ້ງສ່ອງໃສ, ຄືກັບໂລຫະທີ່ເຫລື້ອມໃສ. |