\v 8 ແຕ່​ບັນ­ດາ​ປະ­ຊາ­ຊາດ​ຈາກແຄວ້ນ​ທັງ­ປວງ​ອ້ອມຮອບ​ຕໍ່­ສູ້​ມັນ­;​ ພວກ­ເຂົາ​​ກາງ​ແຫ​ອອກ​ຄຸບ​ມັນ. ມັນ​ກໍ​ຖືກ​ຈັບ​ຢູ່­ໃນ​ກັບດັກ​ຂອງ​ພວກ­ເຂົາ​. \v 9 ພວກ­ເຂົາ​ລ່າມ​ໂສ້​ມັນໄວ້ ແຫລະເອົາ​ມັນ​​ໄວ້​ໃນ​ກົງ ແລ້ວ​ນຳ​ມັນໄປໃຫ້​ກະ­ສັດ​ບາ­ບີ­ໂລນ. ພວກ­ເຂົາ​ກໍ​ຂັງ​ມັນ​ໄວ້​ໃນ​ທີ່​ປ້ອມອັນ​ເຂັ້ມ­ແຂງ ເພື່ອ​ບໍ່​ໃຫ້​ໄດ້­ຍິນ​ສຽງ​ຂອງ​ມັນ​ອີກ​ຢູ່​ເທິງ​ພູ­ເຂົາ​ແຫ່ງ​ອິດສະຣາເອນ.