\v 8 ສະ­ນັ້ນ ພຣະຢາເວ ອົງພຣ­ຜູ້­ເປັນ­ເຈົ້າ​ຊົງກ່າວ​ດັ່ງ­ນີ້​ວ່າ, 'ເພາະວ່າພວກ​ເຈົ້າ​ໄດ້​ມີ​ນິ­ມິດບໍ່ປອມ​ ແລະ ກ່າວຄຳຂີ້­ຕົວະ­ — ດັ່ງນັ້ນ ນີ້ເປັນການປະກາດຕໍ່ສູ້ພວກເຈົ້າຂອງພຣະ­ຢາເວ ອົງພຣະຜູ້­ເປັນ­ເຈົ້າ​. \v 9 ມື​ຂອງ​ເຮົາ​ຈະ​ຕໍ່­ສູ້​ກັບບັນດາຜູ້­ປະ­ກາດ­ພຣະ­ຄໍາ ​ຜູ້ມີ​ນິ­ມິດ​ຂີ້ຕົວະ ແລະ ​ຄຳ​ທຳ​ນວຍ​ຂີ້­ຕົວະ. ພວກ­ເຂົາ​ຈະ​ບໍ່­ໄດ້­ເຂົ້າ​ຮ່ວມ­ໃນທີ່ຊຸມນຸມ​ປະ­ຊາ­ຊົນ​ຂອງ​ເຮົາ, ຫລື ​ຂຶ້ນ​ທະ­ບຽນ​ຢູ່­ໃນ​ສຳມະໂນຄົວ​ຂອງ​ເຊື້ອ­ສາຍ​ອິດສະຣາເອນ; ​ພວກ­ເ​ຈົ້າຈະ​ບໍ່­ໄດ້­ເຂົ້າ​ໃນ​ແຜ່ນ­ດິນ​ອິດສະຣາເອນ ແລະ ພວກ​ເຈົ້າ​ຈະ​ຮູ້­ວ່າ ​ເຮົາ​ແມ່ນພຣະຢາເວອົງພຣະ­ຜູ້­ເປັນ­ເຈົ້າ!