\c 41 \v 1 ຫລັງ​ຈາກ​ນັ້ນ ຜູ້ຊາຍຄົນນັ້ນ​ກໍ​ນຳ​ຂ້າ­ນ້ອຍ​ມາ​ເຖິງ​ພຣະ­ວິ­ຫານອັນບໍຣິສຸດ ແລະ​ໄດ້​ວັດ­ແທກ​ເສົາ- ກວ້າງ​ດ້ານ​ລະ​ຫົກ​ສອກ. \v 2 ຄວາມ​ກວ້າງ​ຂອງ​ທາງ​ເຂົ້າ​ປະຕູນັ້ນ​ສິບ​ສອກ ແລະຝາ​ຂ້າງ​ທາງ​ເຂົ້າ​ແຕ່ລະດ້ານ​ລະ​ຍາວຫ້າ​ສອກ. ຊາຍຄົນນັ້ນໄດ້​ວັດ­ແທກ​ຂະຫນາດຕ່່າງໆຂອງສະຖານທີ່ບໍຣິສຸດໄດ້ຄວາມ​ຍາວ​ສີ່​ສິບ​ສອກ ກວ້າງ​ຊາວ​ສອກ.