\v 23 ບັນດາປະ­ຊາ­ຊາດ​ທັງ­ຫລາຍ​ຈະ​ຮູ້­ວ່າ ເຊື້ອ­ສາຍ​ອິດສະຣາເອນ​ໄດ້​ຖືກ​ກວາດ​ໄປ​ເປັນ​ຊະ­ເລີຍ ເພາະ​ຄວາມຜິດບາບ​ຂອງພວກ​ເຂົາ ໂດຍ​ພວກ­ເຂົາ​ໄດ້​ທໍລະຍົດ​ຕໍ່​ເຮົາ. ດັ່ງ­ນັ້ນ ເຮົາ​ຈຶ່ງ​ເຊື່ອງ​ຫນ້າ​ຂອງ​ເຮົາ​ຈາກ​ພວກ­ເຂົາ ແລະ​ມອບ​ພວກ­ເຂົາ​ໄວ້​ໃນ​ມື​​ສັດ­ຕູຂອງພວກ­ເຂົາ. ພວກເຂົາ​ຈຶ່ງ​ລົ້ມ­ລົງ​ດ້ວຍ​ດາບ. \v 24 ເຮົາ​ໄດ້​ເຮັດ​ກັບພວກເຂົາຕາມຄວາມ​ເປິ­ເປື້ອນຂອງພວກເຂົາ ແລະ​ຄວາມຜິດບາບ​ຂອງ​ພວກ­ເຂົາ​, ເມື່ອເຮົາ​ເຊື່ອງ​ຫນ້າ​ຂອງ​ເຮົາ​ຈາກ​ພວກ­ເຂົາ.