\c 30 \v 1 ພຣະ­ຄຳ​ຂອງ​ພຣະຢາເວ​ມາ​ເຖິງ​ຂ້າ­ນ້ອຍ​ອີ​ກກ່າວວ່າ, \v 2 “ບຸດ​ແຫ່ງ​ມະ­ນຸດ​ເອີຍ, ຈົ່ງ​ປະ­ກາດ​ພຣະ­ຄຳ, ແລະ​ກ່າວ​ວ່າ 'ພຣະຢາເວ ອົງ­ພຣະ­ຜູ້­ເປັນ­ເຈົ້າ​ຊົງ​ກ່າວ​ດັ່ງ­ນີ້​ວ່າ: ຈົ່ງ​ຮ້ອງ­ໄຫ້​ຄໍ່າຄວນ​ວ່າ ‘ອະ​ນິດ​ຈັງ​ນໍ ຄືວັນທີ່ກຳລັງມາ.’ \v 3 ວັນນັ້ນ​ໃກ້​ເຂົ້າ​ມາ​ແລ້ວ.ວັນ​ແຫ່ງ​ພຣະ­ຢາເວ​ໃກ້​ເຂົ້າ​ມາ​. ​ເປັນ​ມື້​ທີ່​ມີ​ເມກ, ເປັນ​ເວ­ລາແຫ່ງຄວາມພິນາດ​ຂອງ​ປະ­ຊາ­ຊາດ.